Jan
25th

ພາບວິດີໂອຂອງປາສະຫລາມສາຍພັນຫາຍາກກກກກກກ

Files under au8ust.org | Posted by au8ust

Frilled sharkຫາກໍ່ເຄີຍເຫັນ ທຳອິດຍັງນຶກວ່າມາຈາກຫນັງເລື່ອງ ເລື້ອຍທະລວງສອງຫມື່ນໂຢດ ແຕ່ບ່ອນແມ່ນຊ້ຳ :P ສັດນ້ຳທີ່ເຫັນນີ້ ມີຊື່ເຕັມໆ ວ່າ Chlamydoselachus anguineus ມັນເປັນປາສະຫລາມສາຍພັນຫາຍາກສາຍພັນຫນຶ່ງໃນໂລກນີ້ເລີຍ ເປັນການຍາກທີ່ຈະມີຄົນຖ່າຍໄວ້ໄດ້ ໂດຍສະເພາະເປັນວິດີໂອແບບນີ້

ເລື່ອງມັນເກີດຂຶ້ນຫາກໍ່ສີ່ຫ້າມື້ຫລັງນີ້ແຫລ່ະ ພໍດີຕອນສວຍຂອງວັນທີ່ 21 ບັງເອີນວ່າມີນັກຕຶກປາໄປເຫັນສັດນ້ຳຂະຫນາດໃຫຍ່ຢູ່ແຖວໆ ເຂດນ້ຳຕື້ນຂອງຊາຍຝັ່ງທະເລເມືອງ Numazu ທີ່ປະເທດຍີ່ປຸ່ນ ພໍອີຕານັ້ນເຫັນປັ໊ບ ຄືຊິຕົກກະໃຈແຮງ ຮີບໂທໄປບອກທາງຜູ້ດູແລສວນນ້ຳ (marine park ບ້ານເຮົາເອີ້ນຫຍັງ ອ່ະ ບໍ່ເຄີຍໄດ້ຍິນ) ຈາກນັ້ນກໍ່ມີເຈົາຫນ້າທີ່ທີມດຳນ້ຳມາຈັບໄປຊ້ຳ… ອ່າວ??? ຈັບໄປໄວ້ໃນ (ເຂົ້າໃຈວ່າເປັນ) ສະສຳຫລັບປາໂລມາ

ແຕ່ວ່າ ຫລາຍຊົ່ວໂມງຖັດມາ ສະຫລາມສາຍພັນຫາຍາກຂອງເຮົາກໍ່ຈາກໂລກນີ້ໄປ T_T ເຖິງແນວໃດກໍ່ຕາມ ມີການບັນທຶກວິດີໂອໄວ້ ເຂົາບອກວ່າ ຊິເກັບໄວ້ໃຊ້ໃນງານຄົ້ນຄວ້າ

ປົກກະຕິແລ້ວ ປາປະເພດນີ້ມັນຈະຢູ່ເລິກລົງໄປເຖິງ 600 ແມັດ ຫລືປະມານ 2000 ຟຸດ ມັນຈະມີຂະຫນາດຍາວໄດ້ປະມານ 160 ເຊັນ ແລະມີຄວາມແຕກຕ່າງກັບປາສະຫລາມທົ່ວໄປຢູ່ທີ່ເຫງືອກຂອງມັນ ຈະມີເຖິງ 6 ອັນ ໃນຂະນະທີ່ສະຫລາມທົ່ວໆ ໄປ ຈະມີພຽງ 5 ອັນ

ທາງທີມຄົ້ນຄວ້າເພິ່ນກຳລັງຫາສາເຫດທີ່ມັນຂຶ້ນມາປະກົດໃນເຂດນ້ຳຕື້ນຢູ່ ມີຂໍ້ສົມມຸຕິຖານຢູ່ຫລາຍຢ່າງ ອາດຈະຂຶ້ນມາຫາອາຫານ ຂຶ້ນມາເພາະນ້ຳຢູ່ເລິກມັນຫນາວໂພດ ເປັນຕົ້ນລ່ະ

ເປັນຕາເສັຍດາຍ ຕາຍຊ້ຳ ສາຍພັນນີ້ປົກກະຕິຈະຫາໄດ້ຍາກຫລາຍເພາະມັນຢູ່ເຂດນ້ຳເລິກ ຄົນລົງໄປບໍ່ໄຫວ ແລະມັນຍັງເປັນປາສາຍພັນທີ່ໄດ້ຮັບການຂະຫນານນາມວ່າ ຟອສຊີລມີຊີວິດອີກ ເພາະມັນຈະມີລັກສະນະຄ້າຍໆ ກັບສັດໃນຍຸກທຳອິດຂອງໂລກເລີຍ

Source - Pinktentacle.com


One Response to “ພາບວິດີໂອຂອງປາສະຫລາມສາຍພັນຫາຍາກກກກກກກ”

  1. By SmileSquare on Jan 26, 2007 | Reply

    ฉลามโบราณ น่าสงสารจังนะครับ ถูกจับขึ้นมา แล้วก็ต้องตาย…

Post a Comment