ກ່ອງສີ່ຫລ່ຽມ ຂະຫນາດພຽງ 2×2x2.2 ນິ້ວທາງຂ້າງນີ້ ມີຊື່ວ່າ “Space Cube” ເປັນຄອມພິວເຕີທີ່ ນ້ອຍທີ່ສຸດໃນໂລກ!! (ຫລືບາງທີ ກອງທັບຂອງເມກາ ອາດຈະມີນ້ອຍກວ່ານີ້ :P)
Space Cube ໃຊ້ CPU ຄວາມໄວ 300MHz ມີ SDRAM 64MB ຮອບໆຕົວກ່ອງຈະມີ port ສຳຫລັບໃສ່ USB, ສຽບສາຍ LAN ແລ້ວກໍ່ສຳຫລັບສຽບສາຍຈໍ ຍັງ ຍັງບໍ່ຫມົດ ຍັງມີຮູສຽບສາຍສຳຫລັບລຳໂພງ, ໄມ ແລ້ວກໍ່ Serial port
ສາມາດສະແດງຜົນໄດ້ເຖິງ 65K ສີທີ່ລະດັບຫນ້າຈໍ 1280×1024 pixels ແລະມີລາຄາປະມານ $325 ຕໍ່ເຄື່ອງ (ລາຄາປີກ່ອນ ເລີຍຟັງຄືແພງໄປ)
ເທົ່າທີ່ເບິ່ງຈາກ Spec ແລ້ວ ຖ້າຊິໃຊ້ແທ້ໆ ຄືຊິມີແຕ່ລົງ Linux ເບົາໆ ຈັກໂຕຜ່ານທາງ Flash Drive ເອົາ
ມີຄົນ comment ໃນເວັບ Our-Picks ວ່າໃນງານ CES ທີ່ຜ່ານມາກໍ່ມີກ່ອງຄ້າຍໆ ແບບນີ້ຂາຍຄືກັນ ລາຄາ $100 ແຕ່ວ່າບໍ່ຮູ້ Spec ເປັນແນວໃດ
ທີ່ມາ Digg, Our-Picks.com




